ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນທິດສະດີການເມືອງກອງທັບ ປິດຊຸດອົບຮົມວຽກງານກໍ່ສ້າງຮາກຖານການເມືອງຊຸດທີ XIII


   ວັນທີ 5 ພຶດສະພາ 2023 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີປິດຊຸດອົບຮົມວຽກງານກໍ່ ສ້າງຮາກຖານການເມືອງ ຊຸດທີ XIII ສົກຮຽນ 2022-2023, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະ ພັກ-ຄະນະບັນຊາ, ຄະນະຫ້ອງ, ຄະນະວິຊາຄູ, ຄະນະກອງພັນນັກສຶກສາ, ພະນັກງານ, ຄູອາຈານ, ນັກສຶກສາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນ ເອກ ປອ ບຸນທັນ ຈັນທະລີມາ ຮອງຫົວໜ້າການທະຫານ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຂຶ້ນຜ່ານບົດລາຍງານຜົນສຳ ເລັດຂອງການບຳລຸງວຽກງານກໍ່ສ້າງຮາກຖານການເມືອງ ລະບົບ 3 ເດືອນ ຊຸດທີ XIII ສົກຮຽນ 2022-2023, ໄດ້ເປີດຂື້ນຢ່າງເປັນທາງການໃນວັນທີ 14 ກຸມ ພາ 2023 ແລະ ໄດ້ສຳເລັດລົງໃນວັນທີ 05 ພຶດສະພາ 2023, ເຊິ່ງນັກສຶກສາທັງໝົດ 30 ສະຫາຍ ທີ່ມາຈາກກຳລັງກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນ ທົ່ວປະເທດ, ຜ່ານການອົບຮົບເຮັດໃຫ້ນັກສຶກສາແຕ່ລະສະຫາຍມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ ຕໍ່ກັບລຳດັບບາດກ້າວດຳ ເນີນວຽກງານກໍ່ສ້າງຮາກຖານການ ເມືອງ, ທິດສະດີຫລັກການຂອງວຽກງານໂຄສະນາຂົນຂວາຍປະຊາຊົນ ແລະ ການສ້າງບ້ານແຮກສ່ຽວ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປອດຄະດີ, ບ້ານສາທາ ລະນະສຸກ, ເຊິ່ງເປັນພື້ນຖານໃຫ້ແກ່ນັກ ສຶກສານຳໄປຈັດຕັ້ງປະຕິບັດຢູ່ກົມກອງທ້ອງຖິ່ນຢ່າງປະດິດສ້າງ ມີຄວາມເຂົ້າໃຈແຈ້ງຕື່ມ 8 ຫຼັກການ, 7 ວິທີການສິດ ສອນ ແລະ ກຳແໜ້ນ 4 ເນື້ອໃນ, 5 ບາດກ້າວຂອງທໍານຽມຄູ ເພື່ອນຳໃຊ້ເຂົ້າໃນການແຕ່ງບົດສອນ, ຂື້ນຫ້ອງສິດສອນ, ຫັດແອບວຽກງານພັກ - ວຽກງານ ການເມືອງໃນເວລາສູ້ຮົບ, ເວລາຊ້ອມຮົບ ແລະ ຫຼັກການວິທີຫັດແອບການທະຫານບັນຊາສູ້ຮົບ, ຊ້ອມຮົບຂັ້ນຍຸດທະວິທີ, ຍຸດທະບັ້ນຮົບໃຫ້ຄູອາຈານ ເພື່ອ ໝູນໃຊ້ທິດສະດີຫລັກການທີ່ຮຽນມາ ໄປຈັດຕັ້ງນຳພານັກສຶກສາຫັດແອບຕົວຈິງຢ່າງປະດິດສ້າງ, ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ, ກໍ່ສ້າງກອງ 3 ປອດ, ການສ້າງກົມກອງວັດທະນະທຳ ແລະ ນັກຮົມວັດທະນະທຳ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງກອງທັບເຮົາ ກ້າວຂື້ນເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ. ຜົນສຳເລັດຕົວຈິງຂອງການຮ່ຳຮຽນ ຂອງນັກສຶກສາ. ຜ່ານການກວດກາ - ສອບເສັງ ສາມາດຕີລາຄາ ຢັ້ງຢືນລະດັບຄວາມຮັບຮູ້, ເຂົ້າໃຈຂອງ ນັກສຶກດັ່ງນີ້ຫ້ອງບຳລຸງວຽກງານກໍ່ສ້າງຮາກຖານການເມືອງ ຄະແນນ A 8 ສະຫາຍ = 26,7%, B+ 22 ສະຫາຍ = 73,3%. ໃນພິທີ ສະຫາຍ ພົນຈັດຕະວາ ປອ ຄຳໄພ ຟອງດາລາ ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ ໃຫ້ກຽດ ມອບໃບຢັ້ງຢືນໃຫ້ແກ່ນັກສຶກສາທີ່ຮຽນຈົບວຽກງານກໍ່ສ້າງວຽກງານການເມືອງຊຸດທີ XIII ສົກຮຽນ 2022-2023 ຈຳນວນ 30 ສະຫາຍ. ໃນໂອກາດດັ່ງກ່າວ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຄະນະຮັບຜິດຊອບ ກໍຄື ຄູອາຈານ ແລະ ນັກສຶກສາ ທີ່ໄດ້ສໍາເລັດໃນຄັ້ງນີ້ ເຊີ່ງສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ມັນແມ່ນຄວາມເປັນເຈົ້າການ, ຄວາມຮັບຜິດຊອບໃນການຄຸ້ມຄອງ, ບັນ ຊາ, ຖ່າຍທອດຄວາມຮູ້, ຄວາມສາມາດ ຕ່າງໆ ຂອງຄູ-ອາຈານ ແລະ ນັກສຶກສາ ທີ່ຕັ້ງໜ້າ , ເອົາໃຈໃສ່ໃນບັ້ນເຝິກອົບ ຮົມຄັ້ງນີ້ ເຮັດໃຫ້ບັ້ນເຝິກອົບຮົມ ມີຜົນສຳເລັດສູງ, ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ນັກ ສຶກສາຊຸດບຳລຸງວຽກງານກໍ່ສ້າງຮາກຖານການເມືອງ ຈົ່ງເອົາໃຈໃສ່ໃນການເຝິກຝົນ ຫຼໍ່ຫຼອມຕົນເອງຮອບດ້ານ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ - ໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິ ບັດລະບຽບວິໄນຂອງກອງທັບ, ກໍຄືຂອງ ກົມກອງຂອງຕົນຢ່າງເຂັ້ມງວດ, ນຳເອົາບົດຮຽນຕ່າງໆ ທີ່ໄດ້ຮ່ໍາຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານ ວິຊາສະເພາະ, ມີແບບແຜນວິທີເຮັດວຽກ ກໍຄືແບບ ແຜນດໍາລົງຊີວິດໃຫ້ມີການພັດທະນາດີຂຶ້ນ ເພື່ອປະກອບສ່ວນສ້າງກອງທັບມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ. ແລະ ໃນໂອກາດດຽວກັນນີ້ ທາງຄະນະພັກ ຄະນະນຳກະຊວງປ້ອງກັນປະເທດຍັງໄດ້ມອບກ້ອງຖ່າຍຮູບຈຳນວນ 01 ເຄື່ອງ ໃຫ້ແກ່ໂຮງຮຽນທິດສະດີການເມືອງກອງທັບ ເພື່ອໝູນໃຊ້ເຂົ້າໃນວຽກງານເກັບ ກຳຂໍ້ມູນຂ່າວສານພາຍໃນ ແລະ ພາຍນອກ ໃຫ້ມີຄວາມ ວ່ອງໄວ, ທັນສະ  ໄໝຂື້ນເທື່ອລະກ້າວ.


ແຫຼ່ງທີ່ມາ:ນ ເກດ​ແກ້ວ ໄຊ​ສົມ​ພັນ
ວັນທີ 10/05/2023